ໃນວາຣະ ຂຶ້ນບຸນປີໃໝ່ ຂອງພີ່ນ້ອງລາວມົ້ງ
ຂພຈ ໃນຖານະ ເປັນພີ່ນ້ອງລາວລຸ່ມ ທີ່ເປັນເພື່ອນຮ່ວມຊາຕ ເພື່ອນຮ່ວມແຜ່ນດິນ
ເພື່ອນຮ່ວມຄວາມທຸກ-ສຸຂ ເພື່ອນຮ່ວມອຸດົມການ ເພື່ອນຮ່ວມຮັກ ຮ່ວມແພງ
ຂອງພີ່ນ້ອງລາວມົ້ງ.
ໃນວາຣະ ຂຶ້ນບຸນປີໃໝ່ ຂອງພີ່ນ້ອງລາວມົ້ງ ຂພຈ ຂໍອວຍພອນໃຫ້ທຸກໆທ່ານຈົ່ງ:
ປາສຈາກ ໂຣກພັຍໄຂ້ເຈັບ
ປາສຈາກ ເຄາະນາມ ຄາມຮ້າຍ
ປາສຈາກ ຊິ່ງບໍ່ດີທັ້ງປວງ
ປາສຈາກ ຜູ່ອື່ນໃສ່ຮ້າຍ ປ້າຍສີ
ປາສຈາກ ກຸ່ມຄົນບໍ່ດີທີ່ວຽງຈັນທນ໌ ກ່າວຫາ
ປາສຈາກ ພັຍພິບັດ ທຸກໆປະການ
ແລະຂໍພອນຈາກຄຸນ ພຣະສີຣັຕນະເມຕໄຕໂຍ ພ້ອມດ້ວຍຄຸນ ພຣະພຸທ ພຣະທັມ ພຣະຄົງຣ໌,
ຄຸນນາງແມ່ທໍຣະນີ, ຄຸນພຣະອິນ ພຣະພົມ ຍົມະຣາຊ ຈົ່ງມາຊ່ວຍ ຄ້ຳຊູແລະດົນບັນດານ
ໃຫ້ພີ່ນ້ອງ ລາວມົ້ງ ທຸກໆຄົນ ຈົ່ງເປັນຜົນ ສຳເຣັດ
ທຸກໆປະການ ແລະອາຍຸໝັ້ນຂວັນຍືນ ດ້ວຍເທີ້ນ....ຯ
ຈາກໃຈຈິງ
ຜູ່ບ່າວລາວ