> ສອງເຖົ້າອາຍຸປະມານ 90 ປີທີ່ມັກຫລົງໆລືມໆໄປຕາມອາຍຸສັງຂານ
> ນາຍຫມໍເລີຍແນະນຳໃຫ້ຈົດທຸກຢ່າງໄວ້
> ຄືນນຶ່ງຂນະທີ່ນັ່ງເບິ່ງທີວີຢູ່ນຳກັນ ເຖົ້າປູ່ລຸກຈາກເກົາອີ້
> ເຖົ້າຍ່າກະເລີຍຖາມ
> ຍ່າ: ສິໄປໃສຫັ້ນ
> ປູ່: ເຮືອນຄົວ
> ຍ່າ: ເອີ...ຊ່ອຍເອົາກະແຣມມາໃຫ້ແດ່
> ປູ່: ເອີໄດ້
> ຍ່າ: ຈົດໄວ້ແດ່ ຈັກນ່ອຍກະລືມ
> ປູ່: ບໍ່ຕ້ອງຈົດດອກ ຂ້ອຍຈື່ໄດ້
> ຍ່າ: ຄັນຊັ້ນກະເອົາສະຕໍເບີຣີໂຮຍຫນ້າໃຫ້ນຳເດີ ຈົດໄວ້ແມ
> ປູ່: ຈື່ໄດ້ຢູ່ດອກ (ຜູ້ເປັນເຖົ້າປູ່ກ່າວຢືນຢັນ) ກະແຣມໂຮຍຫນ້າສະຕໍເບີຣີ
> ຍ່າ: ເອີ...ເອົາຄລີມໂຮຍຫນ້າໃຫ້ນຳອີກ ຈັກນ່ອຍກະລືມດອກ ບໍ່ຈົດໄວ້ບໍ?
> ປູ່: ບໍ່ຕ້ອງ!!! (ຮູ້ສຶກລຳຄານໃນໃຈ) ຊ່ຳນີ້ເປັນຫຍັງສິຈື່ບໍ່ໄດ້
> ຍ່າ: ຈົດໄວ້ເທາະຈັກນ່ອຍກະຈື່ບໍ່ໄດ້ດອກ
> ຄາວນຶ່ງຕໍ່ມາ...ເຖົ້າປູ່ກໍຍ່າງອອກມາຈາກເຮືອນຄົວ
> ພ້ອມສົ່ງຈານຫມູກັບໄຂ່ດາວໃຫ້ເຖົ້າຍ່າ
> ຍ່າ: ບອກໃຫ້ຈົດໄວ້ກະບໍ່ເຊື່ອ ຢູ່ໃສແລ້ວປີ້ງຂະຫນົມປັງທີ່ຂ້ອຍສັ່ງ!...
> nty
lol ຢູ່ໃສແລ້ວປີ້ງຂະຫນົມປັງທີ່ຂ້ອຍສັ່ງ!... ຮະໆໆໆໆໆ ຄັກທັງສອງເພິ່ນນໍ້